ທາດຫຼວງວຽງຈັນ ບູຮານສະຖານມິ່ງຂວັນ ຂອງປະຊາຊົນລາວ ກໍຄືຊາວພຸດທົ່ວປະເທດ
ພະທາດຫລວງ (Pra Thatluang) ຫລື ພຣະທາດຫລວງວຽງຈັນ ຕັ້ງຢູ່ສົ້ນສຸດທາງທິດຕາເວັນ ອອກຂອງຖະໜົນທາດຫຼວງ, ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະ ຊາຊົນລາວກໍຄືຊາວພຸດທົ່ວທັງປະເທດ. ຕາມຕຳນານອຸລັງຄະທາດ, ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມ ພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ.
ປີ ຄ.ສ 1566 ພາຍຫຼັງການຍ້າຍ ນະຄອນຫຼວງຈາກ ຫຼວງພຣະບາງ ລົງມາຕັ້ງຢູ່ວຽງຈັນ (ຄ.ສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດ ຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍ ສາມສິບອົງ ອ້ອມພຣະທາດໃຫຍ່, ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນ ເພິ່ນ ໄດ້ເອົາຄຳໜັກສີ່ບາດ ຫຼໍ່ເປັນທາດນ້ອຍໆ ບັນຈຸໄວ້ເຊິ່ງມີໃບລານທີ່ ເຮັດດ້ວຍຄຳຍາວສອກປາຍ (ສອກກຳ) ແລະ ຈາລຶກພາສາບາລີ ດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດ ເພິ່ນໄດ້ໃສ່ຊື່ພຣະທາດວ່າ ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າ “ທາດຫຼວງ” ເຊິ່ງມີຄວາມໝາຍວ່າ ທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີ ຄ.ສ 1570 ຍັງບໍ່ທັນໄດ້ສະຫຼອງ, ພຣະເຈົ້າໄຊຍະເສດຖາທິລາດ ໄດ້ເດິນທາງລົງໄປເມືອງອັດຕະປື ແລ້ວຫາຍສາບສູນໄປໃນປີ ຄ.ສ 1571.
ປີ ຄ.ສ 1827 ສະໄໝຂອງ ພຣະເຈົ້າອະນຸວົງ (ວິລະກະສັດ), ນະຄອນຫຼວງວຽງຈັນ ຖືກສັກດີນາຕ່າງດ້າວ ທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມ ມາແຕ່ບູຮານນະການ ຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ. ປີ ຄ.ສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍ ອ້ອມພຣະທາດໃຫຍ່ນັ້ນ ເພື່ອຊອກຫາເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນ ຍິ່ງເປ່ເພລົງຕື່ມອີກ. ປີ ຄ.ສ 1900 ເມື່ອຝຣັ່ງໄດ້ປົກຄອງປະເທດລາວແລ້ວ ພວກເຂົາໄດ້ທຳການສ້ອມແປງສ່ວນຍອດຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ. ອີກຕໍ່ມາ ປີ ຄ.ສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ ຈົນຮອດປີ ຄ.ສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ ສ້ອມແປງຍອດພຣະທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງ ໃຫ້ມີຮູບຊົງຄືເກົ່າ. ປີ ຄ.ສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບ ເປັນເອກະລາດສົມບູນ, ລັດຖະບານລາວພາຍໄຕ້ ພຣະບໍລົມມະຊູປະຖຳຂອງພຣະ ເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນ ເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500 ປີ (ພ.ສ 2500) ຈຶ່ງໄດ້ທຳການ ຟອກ ຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູ ເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ພຣະອົງ ໄດ້ຊົງສ້າງພຣະທາດຫຼວງຂຶ້ນ ໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.
ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) 30 ອົງອ້ອມຮອບ ເອິ້ນວ່າ: “ປາລະມີສາມສິບທັດ”, ຕີນພຣະທາດ ແຕ່ດ້ານຕາເວັນອອກ ຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນ ດ້ານນອກ ອ້ອມພຣະທາດຫຼວງ ແຕ່ລະດ້ານຍາວ 91.75 ແມັດ
ຂອບໃຈແຫລ່ງຂ່າວຈາກ: Wikipedia
No comments:
Post a Comment